ຫ້າວິທີທີ່ຈະຢຸດການທຸດຈະລິດບົນເສັ້ນທາງຂອງມັນ
By H. Lorraine Wang (王惠慧), Richeline Mascarinas
ໃນໄລຍະທີ່ມີການແຜ່ລະບາດ, ການທຸດຈະລິດໃນໂຄງການຕ່າງໆອາດຫມາຍເຖິງຄວາມແຕກຕ່າງ ລະຫວ່າງຄວາມເປັນ ກັບຄວາມຕາຍສໍາລັບຜູ້ທຸກຍາກ ແລະ ຜູ້ອ່ອນແອ
ຄວາມສ່ຽງດ້ານຄຸນນະທໍາມີສູງຂຶ້ນໃນໄລຍະວິກິດ ເນື່ອງຈາກການໄຫຼເຂົ້າຢ່າງວ່ອງໄວຂອງເງິນທຶນ ແລະ ຄວາມກົດດັນທີ່ເພີ່ມຂຶ້ນຕໍ່ການຕອບສະຫນອງຢ່າງໄວວາ. ໃນເວລາທີ່ມີກໍລະນີສຸກເສີນ, ຊ່ອງຫວ່າງໃນລະບົບທີ່ສ່ຽງຕໍ່ການທຸດຈະລິດມີຢູ່ແລ້ວ ຈະຖືກໃຊ້ປະໂຫຍດເພີ່ມຕື່ມ. ຄວາມຕ້ອງການອັນຮີບດ່ວນ ແລະການຈັດຊື້-ຈັດຈ້າງຂະຫນາດໃຫຍ່ ຈະເພີ່ມຄວາມສ່ຽງຂອງການໃຊ້ຈ່າຍເກີນລາຄາ ແລະການເຮັດສັນຍາທີ່ຫນ້າສົງໄສ, ລວມທັງການສໍ້ໂກງຄ່າໃຊ້ຈ່າຍ.
ຫາກການທຸດຈະລິດບໍ່ຫຼຸດລົງ, ຈະເປັນການກີດກັ້ນຜູ້ຮັບຜົນປະໂຫຍດ ເຊິ່ງເຮັດໃຫ້ຂາດແຄນຄວາມຊ່ວຍເຫຼືອອັນທີ່ ຈໍາເປັນຫຼາຍ, ໂດຍສະເພາະຄົນທີ່ທຸກຍາກ ແລະຜູ້ອ່ອນແອທີ່ສຸດ. ນອກນີ້, ມັນຍັງກີດກັ້ນບໍ່ໃຫ້ ປະຊາຊົນມີສ່ວນຮ່ວມໃນການພັດທະນາຢ່າງຈິງຈັງ. ດັ່ງນັ້ນ, ອົງກອນພັດທະນາຕ່າງໆ ຈິ່ງຈໍາຕ້ອງໄດ້ຮ່ວມມືກັນທັງພາຍໃນ ແລະພາຍນອກສະຖາບັນຂອງຕົນ ເພື່ອກໍາຈັດການທຸດຈະລິດ ແລະ ສະແດງໃຫ້ເຫັນເຖິງການຫມົດຄວາມ ອົດທົນເມື່ອມີການກວດພົບການທຸດຈະລິດຫຼາຍຍິ່ງຂຶ້ນໃນໄລຍະວິກິດ.
ຕໍ່ໄປນີ້ແມ່ນມາດຕະການພື້ນຖານຫ້າຂໍ້ ເພື່ອຫຼຸດຄວາມສ່ຽງໃນດ້ານຄຸນນະທໍາໃນໂຄງການພັດທະນາ ໂດຍສະເພາະໃນ ໄລຍະພາວະສຸກເສີນ.
1. ຕິດຕາມດູແລໂຄງການຮັບປະກັນໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທໍາ; ແລະມີມາດຕະການຄວາມຮັບຜິດຊອບ ແລະ ການຄວບຄຸມທີ່ເຫມາະສົມ. ດັ່ງທີ່ໄດ້ກ່າວໄປແລ້ວວ່າ ປ້ອງກັນໄວ້ກ່ອນດີກວ່າມາແກ້ໄຂພາຍຫຼັງ. ຫ້ອງການຄຸ້ມຄອງດ້ານຄຸນນະທໍາ ຄວນມີສ່ວນຮ່ວມໃນເບື້ອງຕົ້ນ ເພື່ອຊ່ວຍເຫຼືອພະນັກງານໂຄງການໃນການລະບຸ ແລະ ຫຼຸດຄວາມສ່ຽງດ້ານຄຸນນະທໍາ, ລວມເຖິງການຖອດຖອນບົດຮຽນຈາກການທົບທວນດ້ານຄຸນນະະທໍາຂອງໂຄງການທີ່ຜ່ານມາ.
ຂໍ້ມູນເບື້ອງເລິກທີ່ຮວບຮວມໄດ້ຈາກການທົບທວນຢ່າງຕັ້ງຫນ້າດ້ານຄຸນນະທໍາ ກ່ອນຫນ້ານີ້ ກ່ຽວກັບ ໂຄງການສຸກເສີນ ແລະ ຂະແຫນງສາທາລະນະສຸກ ສາມາດໃຫ້ຂໍ້ມູນແກ່ການທົບທວນບັນດາໂຄງການ COVID-19 ເພື່ອລະບຸຄວາມສ່ຽງດ້ານມະນຸດສະທໍາ ແລະ ປັບປຸງມາດຕະການເພື່ອຫຼຸດການສໍ້ໂກງ ແລະ ການທຸດຈະລິດ. ບົດທົບທວນເຫຼົ່ານີ້ ໄດ້ຮັບທິດຊີ້ນໍາຈາກຫຼັກການຈາລິຍະທໍາພື້ນຖານສາມປະການ ທີມີຄວາມສໍາຄັນດັ່ງດຽວກັບໃນໂຄງການສຸກເສີນເຊັ່ນ:
ຄວາມໂປ່ງໃສ. ການຕັດສິນໃຈທີ່ສໍາຄັນ ແລະຜູ້ຮັບຜິດຊອບໃນໂຄງການ ຄວນໄດ້ຮັບການເກັບກໍາເປັນເອກະສານຢ່າງຖືກຕ້ອງ. ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ ແລະບັນດາຜູ້ມີສ່ວນຮ່ວມອື່ນໆ ຄວນໄດ້ຮັບຂໍ້ມູນອັນສໍາຄັນ ກ່ຽວກັບ ການກຽມການຈັດຕັ້ງປະຕິບັດໂຄງການໃນເວລາທີ່ເຫມາະສົມ, ລວມເຖິງເງິນທຶນທີ່ມີຢູ່, ຂໍ້ກໍານົດ ແລະ ຜົນ ການປະມູນ ສະເຫນີລາຄາ, ແລະ ຜູ້ຮັບເງິນທຶນ.
ຄວາມເປັນທໍາ. ການແຂ່ງຂັນທີ່ເປັນທໍາ, ຂໍ້ກໍານົດໃນການປະມູນສະເຫນີລາຄາຕາມຈຸດປະສົງ, ແລະການປະເມີນຜົນແບບເປັນກາງ ແມ່ນມີຄວາມສໍາຄັນ. ຕ້ອງມີການນໍາໃຊ້ນະໂຍບາຍການຈັດຊື້-ຈັດຈ້າງຢ່າງຍຸຕິທໍາ ແລະສະຫມໍ່າສະເຫມີ. ໃນກໍລະນີສຸກເສີນ, ຄວນອະນຸຍາດໃຫ້ນໍາໃຊ້ນະໂຍບາຍການຈັດຊື້-ຈັດຈ້າງແບບຈໍາກັດເວລາໃຫ້ມີການຜ່ອນຜັນ ແຕ່ຕ້ອງ ມີການກຽມການທີ່ຈະແຈ້ງແນ່ນອນ ແລະມີຂັ້ນຕອນການເຮັດວຽກໂດຍລະອຽດ. ຕົວຢ່າງເຊັ່ນ: ຄໍາແນະນໍາໃນການຈັດຊື້-ຈັດຈ້າງສາມາດສະຫນອງໃຫ້ໄດ້ໃນກໍລະນີທີ່ມີການເຊັນສັນຍາກັບຜູ້ສະຫນອງທີ່ໄດ້ຮັບອະນຸມັດລ່ວງຫນ້າ ເຊິ່ງສອດຄ່ອງຕາມຂໍ້ກໍານົດດ້ານຄຸນນະທໍາຂອງສະຖາບັນທີ່ຈັດຕັ້ງຂຶ້ນຄືດັ່ງ ຫນ່ວຍງານຂອງສະຫະປະຊາຊາດເປັນຕົ້ນ.
ຄວາມຮັບຜິດຊອບແລະການຄວບຄຸມ. ການຕິດຕາມດູແລໂຄງການຢ່າງທົ່ວເຖິງ ລ້ວນແຕ່ກ່ຽວຂ້ອງກັບ ການເກັບກໍາຂໍ້ມູນເປັນເອກະສານ, ການຕິດຕາມກວດກາ, ແລະການກວດສອບຄວາມຖືກຕ້ອງຂອງການໃຊ້ຈ່າຍ. ອົງການຄຸ້ມຄອງໂຄງການ ທີ່ມີຄວາມອາດສາມາດໃນການຈັດຊື້-ຈັດຈ້າງທີ່ບໍ່ເຂັ້ມແຂງ ຫຼື ມີປະສົບການຫນ້ອຍ ຄວນໄດ້ຮັບການສະຫນັບສະຫນູນ. ມີຄວາມຈໍາເປັນທີ່ຈະຕ້ອງໄດ້ເກັບຮັກສາໃບຮັບເງິນ ແລະ ຕິດຕາມການເຄື່ອນໄຫວຂອງເງິນ. ຄວນມີການປັງປຸງແນວທາງການກະຈາຍກອງທຶນ ແລະຄູ່ມືການບໍລິຫານການເງິນຂັ້ນພື້ນຖານ. ການສຸ່ມກວດບັນທຶກ ແລະຜົນໄດ້ຮັບຂອງໂຄງການສາມາດຊ່ວຍກີດກັ້ນການສໍ້ໂກງໄດ້.
ຫາກພວກເຮົາຫວັງທີ່ຈະຮັກສາໂຄງການພັດທະນາທີ່ສໍາຄັນໃຫ້ປັດສະຈາກການທຸດຈະລິດໃນໄລຍະທີ່ມີການລະບາດໃຫຍ່, ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມ ແລະສ້າງຊຸມຊົນແຫ່ງຄຸນນະທໍາທີ່ແທ້ຈິງ.
2. ເລັ່ງກວດສອບຢ່າງລະອຽດໂດຍບໍ່ມິການຕັດຮອນດ້ານຄຸນນະທໍາຂອງໂຄງການ. ການກວດສອບຢ່າງລະອຽດ ອາດຫຼຸດລົງໃນກໍລະນີສຸກເສີນ ເນື່ອງຈາກການກວດສອບປະຫວັດມັກຈະຖ່ວງເວລາຂອງການດໍາເນີນໂຄງການ. ສິ່ງສໍາຄັນກໍຄື ຕ້ອງກວດສອບໃຫ້ຫມັ້ນໃຈວ່າ ຂໍ້ກໍານົດດ້ານການກວດສອບຢ່າງລະອຽດຂອງໂຄງການທີ່ຕິດຕາມ ມີຄວາມວ່ອງໄວ ແລະຍັງຄົງດໍາເນີນຢູ່. ແຕ່ຂະນະດຽວກັນນັ້ນ, ຫ້ອງການຄຸ້ມຄອງດ້ານຄຸນນະທໍາ ຄວນໃຫ້ການສະຫນັບສະຫນູນພະນັກງານ ໂຄງການເພື່ອຊ່ວຍເລັ່ງຂະບວນການໃຫ້ສະດວກຂຶ້ນ.
3. ເສີມສ້າງຄວາມເຂັ້ມແຂງແກ່ຂໍ້ກໍານົດຕາມສັນຍາກ່ຽວກັບການຕ້ານການທຸດຈະລິດ. ການກະກຽມການດໍາເນີນໂຄງການ ແລະຜົນໄດ້ຮັບຈະຕ້ອງກໍານົດໄວ້ຢ່າງຊັດເຈນໃນສັນຍາ ເພື່ອກໍານົດມາດຕະຖານສໍາລັບຫນ້າວຽກ, ສິນຄ້າ ແລະການບໍລິການທີ່ຄວນມີການຈັດສົ່ງໃຫ້ສໍາເລັດ. ເຖິງແມ່ນຂໍ້ກໍານົດດ້ານຄຸນນະທໍາຈະຖືກເບິ່ງຂ້າມໃຫ້ເປັນເລື່ອງທໍາມະດາ. ສັນຍາແລະຂໍ້ຕົກລົງອື່ນໆ ຄວນລວມເຖິງຂໍ້ກໍານົດຂອງນະໂຍບາຍວ່າດ້ວຍການຕ້ານການທຸດຈະລິດ ເພື່ອໃຫ້ຫມັ້ນໃຈວ່າມີຄວາມຮັບຜິດຊອບ, ແລະເພື່ອສະທ້ອນເຖິງສິດຂອງອົງການພັດທະນາໃນການ ກວດສອບຂໍ້ກ່າວຫາເລື່ອງ ການສໍ້ໂກງ ແລະການທຸດຈະລິດຖ້າເຫັນວ່າເກີດຂຶ້ນ ແລະກໍານົດມາດຕາການແກ້ໄຂທີ່ເຫມາະສົມ.
4. ເປີດກົນໄກການຮ້ອງທຸກ ແລະດໍາເນີນການກວດສອບຕາມຄວາມເຫມາະສົມ. ບັນດາຜູ້ມີສ່ວນຮ່ວມ ຄວນໄດ້ຮັບກົນໄກ ການຮ້ອງທຸກທີ່ເຫມາະສົມ ເພື່ອໃຫ້ຄວາມສໍາຄັນຕໍ່ບັນຫາການສໍ້ໂກງ ແລະທຸດຈະລິດ. ການນໍາໃຊ້ປະໂຫຍດຈາກເຕັກໂນໂລຊີ ສາມາດຊ່ວຍໃຫ້ອົງການພັດທະນາມີຄວາມຫມັ້ນໃຈວ່າ ການປະເມີນຄໍາຮ້ອງທຸກແລະການສອບສວນ ຈະມີຄວາມຕໍ່ເນື່ອງທ່າມກາງວິກິດ. ຊ່ອງທາງສື່ສານສໍາລັບຄໍາຮ້ອງທຸກກ່ຽວກັບການລະເມີດຄຸນນະທໍາ ຄວນດໍາລົງໃຫ້ມີມີການເປີດກວ້າງ ແລະເປີດຮັບການຮ້ອງທຸກໃນທຸກໆກໍລະນີທີ່ຈະຮັບປະກັນໄດ້ວ່າຈະມີການສອບສວນ.
5. ກະຕຸ້ນໃຫ້ເພື່ອນຮ່ວມງານ ແລະປະຊາຊົນໃຫ້ດໍາລົງໄວ້ຄວາມຕື່ນຕົວ, ແລະລາຍງານກ່ຽວກັບການສໍ້ໂກງ ແລະທຸດຈະລິດທີ່ຫນ້າສົງໃສ. ເຖິງວ່າຈະມີການແຈ້ງເຕືອນຢ່າງຕໍ່ເນື່ອງກ່ຽວກັບຄວາມມຸ່ງຫມັ້ນ ຂອງສະຖາບັນໃນດ້ານຄຸນນະທໍາໄດ້ຈັດເປັນສິ່ງສໍາຄັນແລ້ວກໍ່ຕາມ, ແຕ່ຈໍາເປັນຕ້ອງມີການສະຫນັບສະຫນູນ, ຄໍາແນະນໍາ ແລະໃຫ້ການຊຸກຍູ້ແກ່ພະນັກງານຢ່າງເປັນຮູບປະທໍາ. ຕົວຢ່າງເຊັ່ນ: ຜ່ານການສໍາມະນາທາງເວັບໄຊ ແລະຝຶກອົບຮົມສະມາຊິກພະນັກງານໃນຫຼັກສູດການສຶກສາທາງອອນລາຍ ຈະພົບຄວາມສົມດຸນທີ່ເຫມາະສົມ ລະຫວ່າງ ລໍາດັບຄວາມສໍາຄັນໃນການປະຕິບັດງານ ແລະ ການ ຄວບຄຸມຄວາມໄວ້ວາງໃຈ.
ການມີສ່ວນຮ່ວມຂອງປະຊາຊົນ ຕ້ອງໄດ້ຮັບການສະຫນັບສະຫນູນ. ປະຊາຊົນຄວນໄດ້ຮັບການຈັດກຽມຂໍ້ມູນ ເພື່ອເຝົ້າລະວັງ. ຕົວຢ່າງເຊັ່ນ, ມາດຕາການນະໂຍບາຍ COVID-19 ແລະແຫຼ່ງເງິນທຶນທີ່ກໍານົດ ເພື່ອຊ່ວຍເຫຼືອປະເທດສະມາຊິກທີ່ກໍາລັງພັດທະ ນາ ເຊິ່ງຈະມີການແບ່ງປັນໃນຖານຂໍ້ມູນສາທາລະນະໃຫມ່ ຂອງພວກເຮົາ. ເອກະສານໂຄງການຍັງຄົງໄດ້ຮັບການເຜີຍແຜ່ ຕາມນະໂຍບາຍການສື່ສານມວນຊົນຂອງພວກເຮົາ.
ຫາກພວກເຮົາຫວັງທີ່ຈະຮັກສາໂຄງການພັດທະນາທີ່ສໍາຄັນໃຫ້ປັດສະຈາກການທຸດຈະລິດໃນໄລຍະທີ່ມີການລະບາດ ຄັ້ງໃຫຍ່, ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມ ແລະສ້າງຊຸມຊົນແຫ່ງຄຸນນະທໍາທີ່ແທ້ຈິງ. ຖ້າພວກເຮົາຫາກເຮັດບໍ່ໄດ້, ຄົນທຸກຍາກຍິ່ງຈະປະສົບກັບຄວາມທຸກຂຶ້ນຕື່ມ.
ໃນໄລຍະວິກິດນີ້, ຫາກຜູ້ທີ່ອ່ອນແອທີ່ສຸດຂາດການຊ່ວຍເຫຼືອ ເນື່ອງຈາກມີການທຸດຈະລິດ, ອາດເປັນສັນຍານຂອງ ຄວາມແຕກຕ່າງຂອງເສັ້ນບາງໆລະຫວ່າງຄວາມເປັນກັບຄວາມຕາຍໄດ້.
Published: 22 July 2020