ສູນລວມ ລະບົບບໍລິການ ແລະ ຄຸ້ມຄອງບໍລິຫານຂໍ້ມູນຂ່າວສານຕະຫລາດແຮງງານ ຂອງ ສປປ ລາວ
ນໍາໃຊ້ເຕັກໂນໂລຊີທັນສະໄຫມເພື່ອໃຫ້ບໍລິການສັງຄົມ
ການບໍລິການ
ບັນດາລະບົບທັນສະໄຫມທີ່ໃຫ້ບໍລິການສັງຄົມ
Public Employment Service
ລະບົບຊອກວຽກ, ປະກາດຕໍາແຫນ່ງງານ ແລະ ອອກໃບຢັ້ງຢືນການວ່າງງານພາຍໃນປະເທດ (PES / EI)
Employment Permit System
ລະບົບຄຸ້ມຄອງ ແລະ ອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກໃນ ສປປ ລາວ (EPS)
Employment Departure System
ລະບົບຄຸ້ມຄອງ ແລະ ອະນຸຍາດໃຫ້ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ (EPD)
Human Resource System
ລະບົບບໍລິຫານແຮງງານພາຍໃນຫົວຫນ່ວຍແຮງງານ (HRM)
ກ່ຽວກັບລະບົບ
ຄວາມຫມາຍຄວາມສໍາຄັນຂອງ ລະບົບຂໍ້ມູນຂ່າວສານຕະຫລາດແຮງງານ
• ລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແມ່ນ ບ່ອນເກັບກໍາ, ສັງລວມ, ວິເຄາະ, ວິໄຈ, ຕິດຕາມ ກວດກາ, ຈັດເປັນລະບົບ, ຮັກສາ, ເຜີຍແຜ່ ແລະ ສະຫນອງ ຂໍ້ມູນ ຂ່າວສານ ກ່ຽວກັບສະພາບຂອງການມີວຽກເຮັດງານທໍາ, ຄວາມຕ້ອງການ ແລະ ການສະຫນອງແຮງງານ, ແຮງງານຕ່າງປະເທດທີ່ເຮັດວຽກ ຢູ່ ສປປ ລາວ, ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ, ຄ່າແຮງງານ, ເງິນເດືອນ ແລະ ຂໍ້ມູນອື່ນຯ (ກົດຫມາຍ ວ່າດ້ວຍການຈັດຫາງານ ມ.33)
• ລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແມ່ນ ການເຊື່ອມໂຍງ ຂໍ້ມູນຕະຫລາດແຮງງານ ເຂົ້າໃນຖານຂໍ້ມູນທີ່ລວມສູນຢ່າງເປັນລະບົບ ເພື່ອສະຫນອງຂໍ້ມູນ ໃຫ້ການສ້າງນະໂຍບາຍດັດສົມມະຫາພາກດ້ານແຮງງານ ແລະ ໃຫ້ບໍລິການແກ່ຜູ້ມີສ່ວນຮ່ວມໃນຕະຫລາດແຮງງານ ເປັນຕົ້ນ ການຊອກຫາວຽກເຮັດງານທໍາ, ການປະກາດສະຫມັກງານ, ການແນະນໍາໃນການເລືອກອາຊີບ, ການສ້າງ ແລະ ການພັດທະນາສີມືແຮງງານ, ລາຍງານໂຄງປະກອບກໍາລັງແຮງງານ, ອັດຕາວ່າງງານ, ອາຊີບທີ່ຈະເກີດຂື້ນໃຫມ່, ສະແດງຜົນການປ່ຽນແປງ ແລະ ການພະຍາກອນຂອງຕະຫລາດແຮງງານ (ດໍາລັດ ວ່າດ້ວຍ ຂໍ້ມູນຂ່າວສານຕະຫລາດແຮງງານ ມ.13)
ປະສົບບັນຫາໃຊ້ງານລະບົບ
ຖ້າທ່ານປະສົບບັນຫາໃນການໃຊ້ງານລະບົບ ສາມາດຕິດຕໍ່ພົວພັນຫາພະແນກພວກເຮົາໄດ້ທຸກວັນ ແລະ ເວລາ ລັດຖະການ.