ອາຊີວະສຶກສາແບບຄວບຄູ່ (ອສຄ)
ອາຊີວະສຶກສາ ແບບຄວບຄູ່ (ອສຄ) ແມ່ນຮູບແບບທີ່ມີຄວາມສ້າງສັນ ຂອງການຝຶກອົບຮົມວິຊາຊີບ ທີ່ມີການປະສົມປະສານ ລະຫວ່າງ ການຮຽນທີ່ອີງໃສ່ໂຮງຮຽນເປັນຫຼັກ ຢູ່ໃນສະຖານອາຊີວະສຶກສາ ກັບ ປະສົບການເຮັດວຽກຕົວຈິງ ຢູ່ສະຖານປະກອບການ. ນັກຮຽນ ໄດ້ຮັບທັກສະດ້ານວິຊາການ, ຄວາມຮູ້ ແລະ ທັດສະນະຄະຕິດ້ານການເຮັດວຽກ ທີ່ສອດຄ່ອງກັບຄວາມຕ້ອງການຂອງພາກທຸລະກິດໃນປະຈຸບັນ. ບັນດາສະຖານປະກອບການ ໄດ້ຮັບປະໂຫຍດຈາກ ກໍາລັງແຮງງານທີ່ໄດ້ຮັບການຝຶກອົບຮົມທີ່ດີ, ມີຄວາມສາມາດດ້ານການຜະລິດ ແລະ ຊື່ສັດ, ໃນຂະນະດຽວກັນ ກໍ່ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຈັດຫາພະນັກງານ ແລະ ການແນະນໍາ.
ສູນບໍລິການ ອສຄ
ສູນບໍລິການ ອສຄ ໃຫ້ການບໍລິການ ສະຫນັບສະຫນູນພາກທຸລະກິດ ໃນການວາງແຜນ, ຈັດຕັ້ງ ແລະ ປະຕິບັດ ການຮຽນ-ການສອນ ແບບຄວບຄູ່. ພວກເຮົາຍັງສະຫນອງການບໍລິການ ທີ່ສອດຄ່ອງສະເພາະ, ລວມທັງ:
- ການສະຫນອງປ່ອງບໍລິການ ປະຕູດຽວ
- ການຝຶກອົບຮົມ
- ການຢັ້ງຢືນ
- ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT
- ການສົ່ງເສີມ ແລະ ສົນທະນາ ລະຫວ່າງພາກລັດ ແລະ ພາກທຸລະກິດ
- ການໂຄສະນາ ແລະ ຍ້ອງຍໍ
ຮູ້ຈັກເພີ່ມ ກ່ຽວກັບ ອສຄ ໃນ ສູນລວມຂໍ້ມູນ ອສຄ ຂອງພວກເຮົາ ຫຼື ຮຽນຮູ້ ຜ່ານຫຼັກສູດການຝຶກອົບຮົມຈໍານວນຫນຶ່ງ ໃນດ້ານຂວານີ້ໄດ້.

ຜົນໄດ້ຮັບ
ສະຖານປະກອບການ
- ສາມາດຝຶກອົບຮົມ ກໍາລັງແຮງງານໃນອະນາຄົດ ໂດຍສະຫນອງ ຄວາມຮູ້ວິຊາການ ແລະ ທັກສະທີ່ຈໍາເປັນແກ່ນັກສຶກສາ.
- ຫຼີກລ່ຽງຄ່າໃຊ້ຈ່າຍ ໃນການຮັບສະຫມັກ ແລະ ຝຶກສອນພະນັກງານເຂົ້າໃຫມ່.
- ສ້າງສາຍພົວພັນອັນດີກັບນັກສຶກສາທີ່ຮຽນຈົບ ແລະ ໄດ້ຜ່ານການຝຶກອົບຮົມມາດີ, ນໍາໄປສູ່ການຈ້າງງານໄລຍະຍາວ.
ນັກສຶກສາ
- ພັດທະນາ ທັກສະໃນສະພາບແວດລ້ອມເຮັດວຽກຕົວຈິງ.
- ໄດ້ຮັບຄ່າຕອບແທນ ຈາກການເຮັດວຽກ.
- ປັບປຸງທາງເລືອກດ້ານອາຊີບ ແລະ ມີຄວາມພ້ອມທີ່ດີ ເພື່ອເຂົ້າສູ່ຕະຫຼາດແຮງງານ.
ສະຖານອາຊີວະສຶກສາ
- ປະຢັດຄ່າໃຊ້ຈ່າຍໃນການນໍາໃຊ້ອຸປະກອນການຮຽນ-ການສອນ ໂດຍຈັດຕັ້ງປະຕິບັດຝຶກອົບຮົມ ພຽງ 50% ຫຼື ຫນ້ອຍກວ່າ.
- ມີຄວາມເຂົ້າໃຈ ກ່ຽວກັບຄວາມຕ້ອງການຂອງຕະຫຼາດແຮງງານ ທີ່ດີຂຶ້ນ
- ປັບປຸງທັກສະຂອງຄູອາຊີວະ ຜ່ານການຝຶກອົບຮົມຮຽນຮູ້ ກັບສະຖານປະກອບການຄູ່ຮ່ວມງານ
ຜົນກະທົບ
ວິທີເຂົ້າຮ່ວມ
6. ເລີ່ມຕົ້ນ!
1. ພົວພັນ
2. ກວດກາ
5. ກະກຽມ
4. ຄັດເລືອກ
3. ຕັດສິນໃຈ
ການບໍລິການ
ການບໍລິການ
ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ສະຫນອງການບໍລິການທີ່ຫຼາກຫຼາຍ ເພື່ອສະຫນັບສະຫນູນສະຖານປະກອບການໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ອສຄ. ການບໍລິການທີ່ຫຼາກຫຼາຍນີ້ ລວມມີ ໂຕ໊ະໃຫ້ຂໍ້ມູນ ອາຊີວະສຶກສາ ແລະ ຝຶກອົບຮົມສ້າງຄວາມສາມາດ ຂອງຄູຝຶກຢູ່ສະຖານປະກອບການ ຈົນໄປເຖິງການຍ້ອງຍໍ ແລະ ອອກໃບຢັ້ງຢືນ ໃຫ້ກັບນັກສຶກສາ ແລະ ສະຖານປະກອບການ.
ທ່ານສາມາດເຂົ້າໄປເບິ່ງຕື່ມ ກ່ຽວກັບວຽກການບໍລິການຂອງພວກເຮົາທັງຫມົດໄດທີ່ນີ້ ທີ່ນີ້ຫຼື ເລືອກເຂົ້າໂດຍກົງຜ່ານເມນູໄດ້.
ຂ່າວ ແລະ ສື່ມວນຊົນ
Problem displaying Facebook posts. Backup cache in use.
Type: OAuthException